top of page

CALL CENTER : 

INTER : 

Authorized Dealer Program

 

ຫາກທ່ານກຳລັງສົນໃຈລົງທຶນເປັນຜູ້ປະກອບການໃນທຸລະກິດໃໝ່ໆທີ່ກຳລັງຢູ່ໃນຊ່ວງເລີ່ມຕົ້ນ

 

ມີອັດຕາການເຕີບໂຕແຕ່ລະປີສູງ ມີຜົນກຳໄລອັດຕາທີ່ຂ້ອນຂ້າງສູງໂດຍໃຊ້ເງິນລົງທຶນຂັ້ນຕົ້ນບໍ່ຫລາຍ ພ້ອມກັບ ມີທີມງານຜູ້ຊຳນານຄອຍຊຸກຍູ້ສົ່ງເສີມທ່ານໃນດ້ານຕ່າງໆ

 

ທັງໃນດ້ານວັດຖຸດິບ  ການຜະລິດ  ການຂາຍແລະການຕະຫລາດ  ການຕິດຕັ້ງແລະບໍລິການຫລັງການຂາຍ ຫລືການຝຶກອົບຮົມພະນັກງານ

ທາງບໍລິສັດ ມີຄວາມໝັ້ນໃຈວ່າທຸລະກິດຜະລິດປະກອບລະບົບປະຕູປ່ອງຢ້ຽມຢູພີວີຊີຮ່ວມກັບເຮົາ  ຈະເປັນທາງ ເລືອກໜຶ່ງທີ່ເປັນຕາໜ້າສົນໃຈສຳຫລັບທ່ານຢ່າງແນ່ນອນ  ເນື່ອງຈາກຕອນນີ້ໃນວົງການວັດສະດຸກໍ່ສ້າງນິຍົມໃຊ້ ວັດສະດຸທົດແທນທຳມະຊາດ uPVC ເປັນວັດສະດຸໃໝ່ທີ່ຊ່ວຍປະຢັດພະລັງງານລົດໂລກຮ້ອນ ອີກທັງຍັງເປັນ ວັດສະດຸທີ່ສາມາດນຳກັບມາ recycle ໄດ້ຫລາຍເຖິງ 99 % uPVC ໄດ້ຮັບຄວາມນິຍົມຢ່າງສູງໃນຕ່າງປະເທດ ແລະກຳລັງເປັນທີ່ນິຍົມຫລາຍໃນເອເຊຍ ໂດຍສ່ວນແບ່ງການຕະຫລາດສຳຫລັບປະຕູປ່ອງຢ້ຽມຢູພີວີຊີ ຈະເພີ່ມຂຶ້ນທຸກປີບໍ່ໜ້ອຍກວ່າ 20% ແລະມີແນວໂນ້ມທີ່ຈະເພີ່ມຂຶ້ນໄດ້ອີກ ຫລາຍໃນອະນາຄົດອັນໃກ້

 

 

ມາທູບມີເຈດຕະນາທີ່ແນ່ວແນ່ໃນການເປັນຜູ້ຊອກຫາສິ່ງທີ່ດີທີ່ສຸດສຳຫລັບລູກຄ້າ  ບໍ່ວ່າຈະເປັນວັດຖຸດິບທີ່ມີ     ຄຸນນະພາບສູງໄດ້ມາດຕະຖານສາກົນ ເຄື່ອງຈັກໃນການຜະລິດທີ່ທັນສະໄໝດ້ວຍເທກໂນໂລຍີລ່າສຸດ ທີມງານຜະລິດປະກອບແລະຕິດຕັ້ງທີ່ຊຳນານ ພ້ອມການບໍລິການໃຫ້ຄຳແນະນຳປຶກສາທີ່ມີປະສິດທິພາບສູງ ທັງໃນດ້ານງານອອກແບບ ງານເທກນິກ ຕະຫລອດຈົນການບໍລິການກ່ອນແລະຫລັງການຂາຍ ເພື່ອທ່ານ ຈະໄດ້ຮັບຄວາມຄຸ້ມຄ່າແລະພໍໃຈສູງສຸດຈາກມາທູບ

ຫາກທ່ານສົນໃຈໃນຜະລິດຕະພັນ ແລະຕ້ອງການທີ່ຈະເປັນສ່ວນໜຶ່ງຂອງຄວາມສຳເລັດ  ລົບກວນກອກ              ແບບຟອມທາງດ້ານຂ້າງ  ໂດຍເຮົາຈະຕິດຕໍ່ກັບໂດຍໄວທີ່ສຸດ

Your details were sent successfully!

  • Facebook Basic Black
  • YouTube-icon-dark.png
  • gallery-512.png
  • PDF small.png

Copyright © 2015, MATUV Co.,Ltd. All rights reserved.

bottom of page